WordPress.org

ກ່ຽວກັບ

ໃບອະນຸຍາດ

GNU Public License

ໃບອະນຸຍາດທີ່ຊອບແວ WordPress ໃຊ້ໃນການເຜີຍແຜ່ແມ່ນ GPLv2 (ຫຼື ໃໝ່ກວ່າ) ຈາກ ມູນນິທິຊອບແວເສລີ (FSF). ສຳເນົາໃບອະນຸຍາດຈະຖືກລວມເຂົ້າກັບທຸກໆຊຸດຂອງ WordPress, ແຕ່ທ່ານກໍສາມາດ ອ່ານເນື້ອໃນຂອງໃບອະນຸຍາດໄດ້ທີ່ນີ້.

ສ່ວນໜຶ່ງຂອງໃບອະນຸຍາດນີ້ໄດ້ກຳນົດຂໍ້ກຳນົດສຳລັບງານສ້າງສັນຕໍ່ຍອດ ເຊັ່ນ ປລັກອິນ ຫຼື ທີມ. ງານທີ່ສ້າງສັນຕໍ່ຍອດມາຈາກລະຫັດຂອງ WordPress ຈະໄດ້ຮັບການຖ່າຍທອດໃບອະນຸຍາດ GPL. Drupal ເຊິ່ງໃຊ້ໃບອະນຸຍາດ GPL ດຽວກັນກັບ WordPress, ມີໜ້າເວັບທີ່ດີຫຼາຍກ່ຽວກັບ ການອອກໃບອະນຸຍາດທີ່ນຳໃຊ້ກັບ ທີມ ແລະ ໂມດູນ (ຄຳທີ່ເຂົາເຈົ້າໃຊ້ເອີ້ນປລັກອິນ).

ຍັງມີບາງສ່ວນທີ່ບໍ່ຊັດເຈນທາງດ້ານກົດໝາຍກ່ຽວກັບສິ່ງທີ່ຖືວ່າເປັນງານສ້າງສັນຕໍ່ຍອດ, ແຕ່ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ປລັກອິນ ແລະ ທີມ ແມ່ນງານສ້າງສັນຕໍ່ຍອດ ແລະ ດັ່ງນັ້ນຈຶ່ງໄດ້ຮັບການຖ່າຍທອດໃບອະນຸຍາດ GPL. ຫາກທ່ານບໍ່ເຫັນດີ, ທ່ານອາດພິຈາລະນາໃຊ້ແພລັດຟອມທີ່ບໍ່ແມ່ນ GPL ເຊັ່ນ Serendipity (ໃບອະນຸຍາດ BSD) ແທນ.